ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ແລະ ສ ອາ​ເມ​ຣິ​ກາ​ຈະ​ສົ່ງ​ນັກ​ບິນ​ ອະວະກາດ​ຂຶ້ນ​ສຳ​ຫຼວດ​ດວງ​ເດືອນ

     ອີງ​ຕາມ​ລາຍ​ງານ​ຈາກ​ເວັບ​ໄຊທ໌ Japantimes.co.JP ເປີດເຜິຍ​ ວັນ​ທີ 24 ທັນວາ 2023 ນີ້​ວ່າ: ຍີ່ປຸ່ນ ແລະ ສະຫະລັດ
​ອາ​ເມ​ຣິ​ກາ ມີ​ແຜນ​ກຽມ​ການ​ເທື່ອສຸດ​ທ້າຍ​ທີ່​ຈະ​ສົ່ງ​ນັກ​ບິນ​ອະວະກາດ​ຊາວ​ຍີ່ປຸ່ນ​ຂຶ້ນ​ສູ່​ດວງ​ເດືອນ ພາຍ​ໃຕ້​ໂຄງການ​ສຳ​ຫຼວດ​ດວງ​
ເດືອນທີ່​ນຳ​ໂດຍ​ສະຫະລັດ​ຄັ້ງ​ທຳ​ອິດ.

     ລາຍ​ງານ​ໃຫ້​ຮູ້​ວ່າ: ໂຄງການ​ສຳ​ຫຼວດ​ກ່ຽວ​ກັບ​ດວງ​ເດືອນ​ຄັ້ງ​ນີ້ ແມ່ນ​ມີ​ຈຸດປະສົງ​ເພື່ອເຮັດໃຫ້​ ບັນລຸ​ເປົ້າ​ໝາຍ​ການ​ຂຶ້ນ​ປັກຫຼັກ
​ໝາຍ​ເທິງ​ດວງ​ເດືອນ​ຄັ້ງ​ປະຫວັດສາດ ໂດຍ​ການ​ສົ່ງ​ນັກບິນ​ອະວະກາດ​ຊາວ​ສະຫະລັດ ​ຂຶ້ນ​ຢຽບ​ພື້ນ​ຜິວ​ດວງເດືອນ​ຄັ້ງ​ທຳ ອິດໃນ​ໄລ
ຍະເວລາ​ຫຼາຍ​ກວ່າເຄິ່ງ ​ສະຕະວັດ, ຄາດ​ວ່າ​ໄວ​ສຸດ​ພາ ລະກິດ​ດັ່ງກ່າວ​ຈະ​ສຳເລັດ​ ​ໃນ​ປີ 2025 ແລະ ນັກ​ບິນ​ອະວະກາດ​ຊາວ​ ຍີ່ປຸ່ນ​
ຈະ​ເປັນ​ຄົນ​ຕໍ່​ໄປທີ່​ຈະ​ຂຶ້ນ​ສູ່​ດາວ​ທຽມ​ຂອງ​ໂລກ.

     ນອກຈາກ​ນີ້, ທັງ​ສອງ​ປະເທດ​ຍັງ​ໄດ້​ວາງ​ແຜນ​ກ່ຽວ​ກັບ​ການ​ສົ່ງ​ນັກ​ບິນ​ອະວະກາດ​ຊາວ​ຍີ່ປຸ່ນ​ຄົນ​ທີ່​ສອງ​ຂຶ້ນ​ສູ່​ດວງເດືອນ ແລະ
ຄາດ​ວ່າ​ຈະ​ສະຫຼຸບ​ແຜນ​ໄດ້​ພາຍ​ໃນ​ເດືອນ​ມັງກອນ 2024 ​ນີ້. ໃນ​ພາລະກິດ​ດັ່ງກ່າວ, ຍີ່ປຸ່ນ ບໍ່​ພຽງ​ແຕ່​ມີ​ສ່ວນ​ຮ່ວມ​ໃນ​ການ​ບຸກເບີກ​
ເສັ້ນທາງ​ດຳເນີນ​​ໂຄງ ການ​ສຳ​ຫຼວດ​ດວງ​ເດືອນ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ສ່ວນ​ຮັບ​ຜິດ​ຊອບ ໃນ​ການ​ນຳ​ສົ່ງ​ວັດຖຸ​ອຸປະກອນ​ຕ່າງໆ ໂດຍ​ສະ
ເພາະ​ແມ່ນ​ວັດຖຸ​ທີ່ຈະຊ່ວຍ​ໃນ​ການ​ພັດທະນາ​ຜູ້​ເດີນທາງ​ເທິງ​ດວງ​ເດືອນໃຫ້​ສາ ມາດ​ເຄື່ອນ​ໂຕ​ໄປ​ໄດ້​ໂດຍ​ບໍ່​ໃສ່​ຊຸດ​ອະວະກາດ.
ລາຍ​ງານ​ຍັງ​ໃຫ້​ຮູ້​ອີ​ກວ່າ: ຄຽງ​ຄູ່​ກັບ​ການ​ສຳ​ຫຼວດ​ດວງ​ເດືອນ​ໃນ ​ໂຄງການ​ຄັ້ງ​ນີ້ ຍັງ​ມີ​ເປົ້າໝາຍ ເພື່ອ​ສຳ​ຫຼວດ​ດາວ​ອັງຄານຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/01/2024